test
ຫຼວງພະບາງ, ລາວ
test
ວັດຊຽງທອງເປັນທີ່ຮູ້ຈັກກັນດີໃນນາມ “ຕົ້ນໂພທອງ” ແລະ ເປັນປະຕູສູ່ເມືອງຫຼວງພະບາງເນື່ອງຈາກວ່າຕັ້ງຢູ່ໃກ້ກັບແມ່ນ້ຳຂອງ ແລະ ແມ່ນ້ຳຄານ. ໃນເມື່ອກ່ອນສະຖານທີ່ນີ້ຊື່ສຽງຫຼາຍເພາະວ່າ ເປັນສະຖານທີ່ທີ່ເຮັດພິທີໃນການຂຶ້ນຄອງລາດຂອງເຈົ້າຊີວິດ ແລະ ຍັງເປັນສະຖານທີ່ເຕົ້າໂຮມອັນສຳຄັນໃນການສະເຫຼີມສະຫຼອງບຸນປະເພນີປະຈຳປີທີ່ສຳຄັນຂອງຊາວຫຼວງພະບາງອີກດ້ວຍ.
ແຕ່ກ່ອນວັດນີ້ຖືກສ້າງຂຶ້ນໃນປີ ຄສ. 1560 ພາຍໃຕ້ຄຳສັ່ງຂອງ ພຮະເຈົ້າໄຊຍະເສດຖາທິລາດ ແລະ ພາດຈາກການຮຸກຮານໃນຫຼາຍໆຄັ້ງ. ເຖິງເວລາຈະຜ່ານໄປດົນປານໃດກໍ່ຕາມ, ວັດກໍ່ຍັງໄດ້ມີການປະຕິສັງຂອນຄືນໃໝ່ໃນຊຸມປີ 1960. ວັດດັ່ງກ່າວຍັງຄົງຮູບແບບໂຄງສ້າງເດີມໂດຍມີການປະຕິສັງຂອນຫລັງຄາ, ການປະດັບປະດາໃບໄມ້ຄຳ ແລະ ປະຕູທາງເຂົ້າໄດ້ຖືກບູລະນະຄືນດ້ວຍຄຳປິວ.
ເວລາເປີດ: ທຸກມື້ເລີ່ມແຕ່ເວລາ 08: 00 - 17: 00 ໂມງ
ຈາກຍອດພູສີ, ທ່ານສາມາດເພີດເພີນກັບວິວທິວທັດຕົວເມືອງທີ່ສວຍງາມແບບ 360 ອົງສາ, ນອກຈາກນັ້ນຍັງເຫັນວັດວາອາຮາມຫຼາຍແຫ່ງ ແລະ ບໍລິເວນນັ້ນຍັງມີທິວທັດທີສວຍງາມປະສົມປະສານກັບພູຜາທີ່ສາມາດສຳພັດໄດ້. ນັບວ່າໃຊ້ເວລາສອງສາມຊົ່ວໂມງໃນການການປີນພູໂດຍມີຫລາຍໆບ່ອນເພື່ອທີ່ຈະຢຸດຊົມພຣະວິຫານ, ວັດວາອາຣາມ, ພັກຜ່ອນກ້ອງຕົ້ນໄມ້ທີ່ມີຮົ່ມເຢັນແລະ ຊົມວິວທິວທັດທີ່ມະຫັດສະຈັນ.
ມີຂັ້ນໄດຫຼາຍຮ້ອຍຂັ້ນໃນການຂື້ນເທິງພູ, ແຕ່ການປີນພູແມ່ນບໍ່ຍາກຫຼາຍສຳລັບຜູ້ທີ່ມີສຸຂະພາບທີ່ບໍ່ເອື້ອອຳນວຍ. ເພື່ອຢາກໃຫ້ຮອດພູສີແທ້, ຕ້ອງຂຶ້ນເທິງພູສີຂ້າງໜຶ່ງ ແລະ ໃຊ້ຂັ້ນໃດລົງອີກຂ້າງໜື່ງ. ທ່ານສາມາດອະທິຖານ ແລະ ຖວາຍເຄື່ອງບູຊາຢູ່ວັດແຫ່ງຕ່າງໆຕາມທາງຂື້ນ - ລົງພູສີ. ຖັດຈາກວັດຈອມສີທີ່ຢູ່ເທິງສຸດຂອງພູ, ທ່ານສາມາດຊື້ດອກໄມ້ເພື່ອຖວາຍພອນ, ພ້ອມທັງປ່ອຍນົກ. ໃນປະເທດລາວເຊື່ອວ່າຖ້າທ່ານປ່ອຍນົກໃຫ້ເປັນອິດສະຫຼະທ່ານຈະໂຊກດີ ແລະ ມີຄວາມສຸກໃນອະນາຄົດ.
ໃນຊ່ວງລະດູການທ່ອງທ່ຽວ, ນັກທ່ອງທ່ຽວຫຼາຍຄົນຕັ້ງໃຈຖ້າເບິ່ງຕາເວັນຕົກດິນຢູ່ເທິງຍອດຂອງພູສີ ແລະ ມັນເປັນເລື່ອງທີ່ຍຸ້ງຍາກ ແລະ ແອອັດຫຼາຍ. ທີນງານດິສໂຄເວີລາວເຮົາຈຶ່ງຂໍແນະນຳໃຫ້ທ່ານໄປຢ້ຽມຊົມໃນຕອນເຊົ້າເພາະເປັນການເດີນທາງທີ່ສະດວກສະບາຍ ແລະ ທ່ານຍັງຈະໄດ້ມີໂອກາດຖ່າຍຮູບງາມໆໄດ້ຫຼາຍກວ່າອີກ.
ເວລາເປີດ: 8 ໂມງເຊົ້າ - 5 ໂມງແລງ
ຄ່າເຂົ້າປະຕູ ຄົນລາວ: 10,000 ກີບ
ຄົນຕ່າງປະເທດ: 20,000 ກີບ
ຮຽນຮູ້ກ່ຽວກັບໝີສາຍພັນຕ່າງໆ ແລະ ຄວາມເບີ່ງແຍ່ງເອົາໃຈໃສ່ຂອງສູນຊ່ວຍເຫຼືອ. ຈະຍ່າງປ່າຂື້ນໄປທາງເທິງຂອງນ້ຳຕົກຕາດເພື່ອວິວທິວທັດການຖ່າຍຮູບທີ່ດີທີ່ສຸດ ຫຼື ຈະຫຼິ້ນນ້ຳໃນສະລອຍນ້ຳທີ່ເຢັນໆກໍ່ໄດ້ຖ້າຫາກທ່ານລົງໄປທາງດ້ານລຸ່ມຂອງນ້ຳຕົກ.
ປ່າໄມ້ທີ່ຢູ່ອ້ອມຮອບນ້ຳຕົກຕາດກວາງຊີໄດ້ດຶງດູດແມງກະເບື້ຶອເປັນຈຳນວນຫລວງຫລາຍ. Olaf ແລະ Ineke ຈາກປະເທດເນເທີແລນໄດ້ຂາຍທຸກສິ່ງທຸກຢ່າງທີ່ພວກເຂົາມີ ແລະ ຍ້າຍມາທີ່ຫຼວງພະບາງເພື່ອສ້າງສູນຄົ້ນຄ້ວາສຶກສາໃນຝັນຂອງພວກເຂົາ ແລະ ເຜີຍແຜ່ກ່ຽວກັບສາຍພັນແມງກະເບື້ອຂອງລາວ, ພັນພືດ ແລະ ໂຄງການອະນຸລັກອື່ນໆ.
ເປັນສ່ວນໜຶ່ງຂອງທຳມະຊາດທີ່ເປັນແຮງບັນດານໃຈທີ່ສຸດຍອດ. ໃຫ້ແນ່ໃຈວ່າທ່ານໄດ້ໃຊ້ເວລາທັງໝົດຂອງທ່ານເພື່ອອີ່ມເອີ່ມກັບທຸກສີ່ງໃນທີ່ນີ້, ກ່ອນທີ່ມັນຈະສິ້ນສຸດລົງດ້ວຍການລົງຫຼີ້ນນ້ຳໜຶ່ງໃນສະລອຍນ້ຳຫຼາຍໆບ່ອນທີ່ນ້ຳຕົກ.
ສຳລັບນັກຜະຈົນໄພ, ທ່ານສາມາດເດີນທາງໄປດ້ວຍການຍ່າງປ່າປະມານ 3 ຊົ່ວໂມງຜ່ານໝູ່ບ້ານຊົນເຜົ່າ ແລະ ປ່າໄມ້ກ່ອນທີ່ຈະສິ້ນສຸດລົງທີ່ຍອດນ້ຳຕົກຕາດ(ບ່ອນນ້ຳອອກບໍ່), ເບິ່ງນ້ຳຕົກທີ່ສວຍງາມຈາກດ້ານເທິງ ແລ້ວຄ່ອຍຍ່າງມາທາງລຸ່ມກໍ່ໄດ້.
ຮ້ານອາຫານ Le Carpe Diem ແລະ Vanvisa By the Falls ກໍ່ແມ່ນອີກໜຶ່ງຄວາມລັບທີ່ເຊື່ອງຊ້ອນຂອງນ້ຳຕົກຕາດແຫ່ງນີ້ສຳລັບນັກທ່ອງທ່ຽວແມ່ນບໍ່ຄວນພາດ! ເພີດເພີນກັບອາຫານທ້ອງຖິ່ນ, ອາຫານຕ່າງປະເທດ ກັບວິວທິວທັດອີກແບບໜຶ່ງ ແລະ ສຽງຂອງທຳມະຊາດທີ່ຢູ່ອ້ອມຕົວທ່ານ.
ເປີດທຸກວັນ: 8 ໂມງເຊົ້າ - 5 ໂມງແລງ
ຄ່າເຂົ້າຊົມ: 20,000 KIP
ພະລາດຊະວັງເກົ່າສ້າງຂຶ້ນໃນປີ ຄສ. 1904 ແລະ ສະຫຼະຣາຊສົມບັດໄປໃນປີ ຄສ. 1975 ໂດຍລັດຖະບານລາວ. ປັດຈຸບັນຫໍພິພິທະພັນແຫ່ງຊາດຫຼວງພະບາງ, ໄດ້ເກັບຄ່າເຂົ້າຊົມ 30,000 ກີບ (3.75 ໂດລາສະຫະລັດ). ຫ້າມຖ່າຍຮູບພາຍໃນວັງ ແລະ ເຄື່ອງໃຊ້ສ່ວນຕົວເດັດຂາດ. ຢ່າລືມຢ້ຽມຊົມ ພຣະບາງ ທີ່ມີມາຕັ້ງແຕ່ສະຕະວັດທີ 14 ແລະ ໄດ້ຕັ້ງຊື່ເມືອງ ຫຼວງພະບາງ ຕາມພຣະບາງ.
ກະລຸນາແຕ່ງກາຍໃຫ້ເໝາະສົມສຸພາບຮຽບຮ້ອຍປົກປິດຫົວເຂົ່າ ແລະ ບ່າໄຫລ່ຂອງທ່ານກ່ອນເຂົ້າຫໍພິພິທະພັນ ຫລື ທ່ານສາມາດເຊົ່າເສື້ອຜ້າພື້ນເມືອງຢູ່ທີ່ທາງເຂົ້າຫໍພິພິຕະພັນ. ຖ້າບໍ່ດັ່ງນັ້ນທ່ານຈະບໍ່ໄດ້ເຂົ້າຢຽມຊົມ.
ເປີດທຸກວັນເວລາ: 08:00 ເຊົ້າ - 11ໂມງ30 ແລະ 13:00 ໂມງ - 15:30 ໂມງແລງ (ໄດ້ມີການອະນາໄມໃນວັນພະຫັດ, ປິດເວລາ 15:00 ໂມງ) ປິດວັນອາທິດ
ບ່ອນຂາຍປີ້: 08:00 ເຊົ້າ - 11:00 ເຊົ້າແລະ 13:00 ໂມງແລງ - 15:00 ໂມງແລງ
ຄ່າທໍານຽມເຂົ້າຊົມ: 30,000 ກີບ
ຫາກຕ້ອງການໄປຮອດຈຸດສູນກາງຂອງສວນນ້ຳດົງ ທ່ານຕ້ອງຍ່າງຜ່ານທົ່ງດອກກຸຫລາບ ແລະ ສວນຜັກປອດສານຜິດ. ມີລະບຽບເໜືອໜ້ານ້ຳເຊິ່ງເປັນບ່ອນທີ່ທ່ານສາມາດຮັບປະທານອາຫານລາວໄດ້ຈາກສວນອາຫານທຳມະຊາດໄປພ້ອມໆກັບການນັ່ງຊົມທິວທັດທຳມະຊາດອັນແສນງົດງາມ.
ການຂີ່ຊິບໄລຜ່ານພູຜາປ່າໄມ້, ທ່ານຈະສາມາດສຳພັດໄດ້ເຖິງຄວາມຕື່ນເຕັ້ນ! ຊິບໄລ 6 ຈຸດ - ມີຄວາມຍາວກວ່າ 800 ແມັດ ແລະ ໄລຍະທາງຕໍ່ເນື່ອງທີ່ຍາວທີ່ສຸດແມ່ນ 300 ແມັດ. ເຮົາຈະພາທ່ານຍ່າງຢູ່ເທິງຂົວເຄເບິ້ລເທິງຍອດຕົ້ນໄມ້ ແລະ ເຮືອນຕົ້ນໄມ້ທີ່ທ່າຈະຕ້ອງເສຍດາຍຖ້າບໍ່ໄດ້ມາ.
ປະສົບການການກັບຄືນສູ່ທຳມະຊາດຖ້າທ່ານຢູ່. ແນ່ນອນວ່າທ່ານໃຊ້ເວລາຢູ່ນີ້ຈັດເຄິ່ງມື້ກັບຄອບຄົວ ຫຼື ກຸ່ມໝູ່ທີ່ພ້ອມຈະລະເບີດຄວາມມ່ວນຊື່ນໄປນຳກັນ.
ເວລາເປີດ - ປິດ: 8.00ໂມງ - 17.00ໂມງ
ຄ່າເຂົ້າຊົມ: 20,000 KIP
ເບິ່ງທົວໃນ NAHM DONG PARK !
ຜົນງານທີ່ໜ້າປະທັບໃຈທີ່ທຳມະຊາດໄດ້ສ້າງຂຶ້ນແມ່ນໄດ້ຮັບຄວາມນິຍົມຫຼາຍໃນລະດູຝົນ, ເນື່ອງຈາກວ່ານັບຕັ້ງແຕ່ເດືອນມີນາ ຮອດ ເດືອນກໍລະກົດຈະມີນ້ຳຫຼາຍຢູ່ໃນບໍ່ນ້ຳ. ເຖິງແມ່ນວ່າຈະບໍ່ສູງເທົ່າຕາດກວາງຊີກໍ່ຕາມ, ແຕ່ນ້ຳຕົກຕາກແສ້ກໍ່ຍັງຄົງເປັນໜຶ່ງໃນນ້ຳຕົກຕາດລາວທີ່ສວຍງາມ. ມີນ້ຳໄຫລຜ່ານໜ້າຜາຫີນປູນທີ່ງົດງາມ ແລະ ມະຫັດສະຈັນ ໄຫຼຜ່ານເປັນຂັ້ນໆກ່ອນທີ່ຈະໄຫຼເຂົ້າໄປໃນຈຸດອາບນ້ຳໃຫຍ່ທີ່ຢູ່ດ້ານລຸ່ມ.
ນ້ຳຕົກຕາດແສ້ເຮັດໃຫ້ນັກຖ່າຍຮູບມີໂອກາດໄດ້ບັນທຶກພາບນ້ຳຕົກທີ່ໜ້າອັດສະຈັນ ແລະ ນັກທ່ອງທ່ຽວມີໂອກາດໄດ້ເຫັນເຖິງຄວາມມະຫັດສະຈັນຕ່າງໆຂອງທຳມະຊາດໄດ້ດ້ວຍນ້ຳຕົກສວຍງາມທີ່ເກີດຈາກການກໍ່ຕົວຂອງຫີນປູນທີ່ມີຮູບຊົງສວຍງາມໃນປ່າສີຂຽວອຸ່ມຊຸ່ມ.
ສຳລັບນັກຜະຈົນໄພ, ທ່ານສາມາດໄປນ້ຳຕົກຕາກແສ້ໄດ້ໂດຍການພາຍເຮືອກາຍັກຢູ່ເທິງແມ່ນ້ຳຄານ. ມັນເປັນກິດຈະກຳຍອດນິຍົມໃນຫຼວງພະບາງເພາະວ່ານ້ຳໄຫຼຊ້າ ແລະ ສະຫງົບ. ເໝາະສຳລັບຄົນທີ່ຫາກໍ່ເລີ່ມຕົ້ນພາຍເຮືອກາຍັກ ແລະ ຄົນທີ່ພາຍເຮືອກາຍັກໃນຄັ້ງທຳອິດ.
ຫຼື ທ່ານສາມາດເຊົ່າລົດຮັບສົ່ງໄປຮອດທ່າເຮືອໃນທ້ອງຖິ່ນ ແລະ ປ່ຽນຂີ່ເຮືອໃນທ້ອງຖິ່ນໃນລາຄາ 10,000 ກີບ/ຄົນ ເພື່ອໄປທີ່ນໍ້າຕົກ. ແຕ່ບໍ່ລວມຄ່າປີ້ທາງເຂົ້າ.
ເວລາເປີດ: 08:00 - 17:00 ໂມງແລງ
ຄ່າເຂົ້າຊົມ: 15,000 KIP
ສວນພຶກສາແຫ່ງນີ້ຖືກສ້າງຂຶ້ນໃນພື້ນທີ່ໃນແຕ່ກ່ອນເຄີຍເປັນສວນສະໝຸນໄພ ແລະ ບ່ອນລ່າສັດຂອງເຈົ້າຊີວິດຫຼວງພະບາງ - ລາວໃນສະໄໝນັ້ນ. ເມື່ອໄດ້ຍຸດຕິລະບອບກະສັດລາວ ປະເທດກໍ່ໄດ້ໃຊ້ລະບອບການປົກຄອງແບບຄອມມູນິດໃນປີ ຄສ 1975.
ຄົ້ນພົບພືດພັນຫຼາຍຊະນິດທີ່ບໍ່ໜ້າເຊື່ອຂອງປະເທດລາວ ແລະ ໄດ້ຮຽນຮູ້ວິທີທີ່ຄົນໃນທ້ອງຖິ່ນໃຊ້ພືດໄມ້ສະໝຸນໄພເພື່ອເຮັດເປັນຢາ, ອາຫານ ແລະ ເຮັດໃຫ້ສຸຂະພາບແຂງແຮງຍືນຍາວມາຫຼາຍສັດຕະວັດໄດ້ຈັ່ງໃດ. ມີການສຳຫຼວດມາຫຼາຍຕັ້ງແຕ່ ຂິງມີ 280 ສາຍພັນຂອງຂິງໃນຮົ້ວສວນໄປຈົນເຖິງພືດພັນສະໝຸນໄພທີ່ຫາຍາກໃນກຸ່ມພຶກສາສາດ ເຊິ່ງແບ່ງອອກເປັນພື້ນທີ່ເຊັ່ນ: “ສະໝຸນໄພເພື່ອສຸຂະພາບຂອງຜູ້ຍິງ” ແລະ “ສະໝຸນໄພສຳລັບການເບິ່ງແຍງຜິວພັນ”. ນອກຈາກນັ້ນຍັງມີຮ້ານອາຫານບັນຍາກາດໜ້າຮັກໆໃນສະຖານທີ່ ທີ່ທ່ານສາມາດສັ່ງອາຫານ ແລະ ເພີດເພີນກັບຄວາມຂຽວອຸ່ມທຸ່ມກັບໜອງທີ່ເຕັມດອກບົວງາມໆ.
ວີທີການໄປສວນພຶກສາສາດ ຜາຕັດແກ້
ເຮົາໃຊ້ເວລາປະມານ 15 ນາທີ ໂດຍການນັ່ງເຮືອຈາກຕົວເມືອງຫຼວງພະບາງ. ໃນການເຂົ້າຊົມສວນທ່ານສາມາດນັ່ງເຮືອຈາກພະແນກຕ້ອນຮັບເຊິ່ງຕັ້ງຢູ່ທີ່ບ້ານວັດທາດໄປຫາສວນ. ພວກເຮົາປິດທຸກໆວັນພຸດ.
ເບິ່ງລາຍການທົວທີ່ພາທ່ຽວຊົມສວນພຶກສາສາດຜາຕັດແກ້ໄດ້ທີ່ PHA TAD KE BOTANICAL GARDEN
ຄົ້ນພົບສະເໜ່ອັນສວຍງາມ, ຄວາມງຽບສະຫງົບທີ່ເປັນເອກະລັກຂອງເມືອງ ແລະ ວິຖີຊີວິດທີ່ແທ້ຈິງຂອງຄົນທີ່ອາໄສຢູ່ນີ້. ເພີດເພີນໄປກັບການຈິບຊາ, ກາເຟທີ່ຮ້ານກາເຟທ້ອງຖິ່ນ ຫຼື ຍ່າງຫຼິ້ນ, ປັ່ນລົດຖີບໄປຮອບໆເມືອງເພື່ອພົບປະຜູ້ຄົນຕ່າງໆທີ່ເປັນມິດ ແລະ ເບິ່ງສະຖາປັດຕະຍາກຳທ້ອງຖິ່ນອັນສວຍງາມ.
ທິວທັດ ແລະ ໂຄງສ້າງໃນເມືອງຍັງຄົງຄວາມເປັນເອກະລັກ ແລະ ພື້ນທີ່ດັ່ງກ່າວຈະບໍ່ຖືກລົບກວນຈາກສິ່ງປຸກສ້າງໃຫຍ່ໃດໆທັງນັ້ນ. ວັດວາອາຮາມຕ່າງໆແມ່ນໄດ້ຮັບການບົວລະບັດຮັກສາຢ່າງສະໝ່ຳສະເໝີ, ພະສົງຕ່າງກໍ່ສອນໃຫ້ສຳມາເນນຮູ້ຈັກວິທີການບົວລະຮັກສາມໍລະດົກຂອງພວກເຂົາ. ນອກຈາກນີ້ສາສະໜາພຸດ ແລະ ປະເພນີວັດທະນາທຳທີ່ກ່ຽວພັນກັບສາສະໜາຍັງຄົງສືບທອດກັນມາຍາວນານ. ເຖິງຢ່າງໃດກໍ່ຕາມ, ຄວາມເປັນເອກະລັກຂອງວັດສະດຸ ແລະ ເຕັກນິກການກໍ່ສ້າງຂອງບ້ານຫຼາຍໆຫຼັງກໍ່ເລີ່ມເຊື່ອມໂຊມ ແລະ ຫາຍໄປ ເນື່ອງຈາກໄລຍະເວລາທີ່ຜ່ານມານັ້ນ ຈຶ່ງເຮັດໃຫ້ມີການໃຊ້ວັດສະດຸສະໄໝໃໝ່ເຂົ້າມາຊ່ວຍໃນການສ້ອມແຊມຕໍ່ເຕີມ.
ສຳພັດກັບອີກດ້ານໜຶ່ງຂອງປະເທດລາວໃນຂະນະທີ່ທ່ານໄປທ່ຽວຫຼວງພະບາງ, ສະຖານທີ່ ທີ່ສວຍງາມ ແລະ ຍັງຄົງຄວາມເປັນເອກະລັກເຮັດໃຫ້ທ່ານມີຄວາມຮູ້ສຶກຄືກັບວ່າທ່ານກຳລັງຍ້ອນອະດີດ. ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບປະສົບການໃນແຕ່ລະມື້ຂອງຊາວທ້ອງຖິ່ນທີ່ອາໄສຢູ່ທີ່ນີ້.
ຫຼວງພະບາງມີໝູ່ບ້ານຫັດຖະກຳ 2-3 ແຫ່ງແຕ່ບ້ານຊ້າງຄ້ອງນັ້ນເຂົ້າເຖິງງ່າຍທີ່ສຸດແລ້ວ ແລະ ເປັນໝູ່ບ້ານທີ່ມີເອກະລັກຫຼາຍ ດ້ວຍຮ້ານຄ້າທີ່ເກົ່າແກ່ ແລະ ຊ່າງງານຝີມືທີ່ເຮັດທຸລະກີດຢູ່ແຖວນັ້ນ.
ຫາກທ່ານເດີນທາງດ້ວຍການຍ່າງກໍ່ສາມາດເຂົ້າເຖິງດ້ວຍການຍ່າງຂ້າມຂົວໄມ້ໄຜ່ໃນຊ່ວງລະດູແລ້ງ. ເມື່ອທ່ານຂ້າມຂົວໄມ້ໄຜ່ຈາກແມ່ນ້ຳຂອງ ແລະ ແມ່ນ້ຳຄານ ໃຫ້ທ່ານຍ່າງຂຶ້ນເນີນພູຕໍ່ໄປເລື້ອຍໆແລ້ວຈະເຫັນຖະນົນຫຼັກທີ່ມີການປູຢາງ. ຈາກນັ້ນໃຫ້ຍ່າງໄປຕາມທາງອີກປະມານ 500ແມັດ ແລະ ທ່ານຈະເຫັນບ້ານລາວຊົງເດີມທີ່ຜະລິດເຈ້ຍສາ, ໄມ້ ແລະ ຜະລິດຕະພັນຜ້າໄໝຕ່າງໆ.
ອີກທາງເລືອກໜຶ່ງແມ່ນຂີ່ລົດຖີບ. ຫຼາຍໆຄົນມ່ວນກັບການຂີ່ຜ່ານຂົວໄມ້ເກົ່າ ເຊິ່ງເປັນຈຸດດຶງດູດນັກທ່ອງທ່ຽວ. ຫຼັງຈາກຂ້າມຂົວເກົ່າແລ້ວລ້ຽວຊ້າຍທີ່ທາງແຍກທຳອິດ. ຈາກນັ້ນຂີ່ໄປເລື້ອນໆຕາມແມ່ນ້ຳຄານປະມານ 15-20ນາທີ. ທ່ານກໍ່ຈະຮອດໝູ່ບ້ານນັ້ນ.
ຄວາມພິເສດຂອງບ່ອນນີ້ແມ່ນການຕ່ຳຫູກທໍ່ຜ້າໄໝດ້ວຍມື ແລະ ເຈ້ຍສາທີ່ເຮັດມາຈາກເປືອກຕົ້ນມອນ. ໂດຍທຳມະຊາດແລ້ວຕົ້ນມອນຈະໃຫຍ່ໄວ ແລະ ຫຼົ່ນຈາກຕົ້ນໄມ້ເອງ. ດັ່ງນັ້ນ ທ່ານບໍ່ຕ້ອງກັງວົນວ່າເຈ້ຍສາຕ່າງໆຈະເຮັດໃຫ້ຕົ້ນໄມ້ນັ້ນຕາຍໄປຢ່າງແນ່ນອນ.
ຫົນທາງປູຢາງແຫ່ງໃໝ່ນັ້ນສະດວກສະບາຍ ແລະ ເຂົ້າເຖິງງ່າຍ. ທ່ານສາມາດເຂົ້າຮ່ວມກິດຈະວັດປະຈຳວັນ ແລະ ທ່ຽວຊົມໄດ້ວ່າຜະລິດຕະພັນທ້ອງຖິ່ນທີ່ວາງຂາຍຢູ່ຕະຫຼາດມືດນັ້ນເຂົາຜະລິດກັນແນວໃດ: ການແຕ້ມເຈ້ຍສາ, ໂຄມໄຟ, ອັນຂັ້ນປຶ້ມ... ໂດຍຊັ້ນເຕັກນິກທີ່ເປັນມິດກັບສິ່ງແວດລ້ອມທີ່ສືບທອດກັນມາຫຼາຍຊົ່ວອາຍຸຄົນ.
ເວັບໄຊ້ຂອງເຮົາແມ່ນສົ່ງເສີມການຕະຫຼາດຊາວບ້ານໂດຍກົງ ແລະ ຢາກເຊີນທ່ານໄປທ່ຽວຊົມຫັດຖະກຳອັນປານີດຂອງຊາວບ້ານ.
ຊົມຕາເວັນຕົກດິນ, ນ້ຳຕົກຕາດກວາງຊີ, ຖ້ຳປາກອູ, ຮັບປະທານອາຫານຄ່ຳ ແລະ ລ່ອງເຮືອສຳລານໃນແມ່ນ້ຳຂອງ ແລະ ອື່ນໆອີກ.
ແມ່ນ້ຳຂອງອັນກວ້າງໃຫຍ່ເປັນຄຳທີ່ຜູ້ຄົນມັກຈະເວົ້າເຖິງກ່ຽວກັບແມ່ນ້ຳ. ຖ້າຖາມວ່າມັນໃຫຍ່ຊ່ຳໃດຫັ້ນຫວາ? ເລື່ອງນັ້ນທ່ານຕ້ອງໄດ້ມາສຳພັດດ້ວຍຕົວທ່ານເອງດ້ວຍການລ່ອງເຮືອທີ່ມີຢູ່ໃນເມືອງຫຼວງພະບາງ.
ລ່ອງເຮືອ 2 ມື້ຈາກຫ້ວຍຊາຍ ແລ້ວແວ່ຢຸດພັກທີ່ປາກແບ່ງ ພົບປະນັກທ່ອງທ່ຽວທີ່ມາຈາກຊຽງລາຍ, ປະເທດໄທສູ່ຫຼວງພະບາງ. ການລ່ອງເຮືອໃນຄັ້ງນີ້ຈະເຮັດໃຫ້ທ່ານໄດ້ເຫັນມຸມມອງໃໝ່ໆຂອງປະເທດລາວ. ສຳພັດກັບທຳມະຊາດດ້ວຍຕົວຂອງທ່ານເອງໃນຂະນະທີ່ເດີນທາງໄປຕາມຄວາມງຽບສະຫງົບ ແລະ ຈັງຫວະຄື້ນຂອງແມ່ນ້ຳຂອງ. Shompoo Cruise ເປັນຂໍ້ສະເໜີທີ່ດີທີ່ສຸດໃນການເດີນທາງໃນຄັ້ງນີ້.
ສຳລັບນັກທ່ອງທ່ຽວທີ່ມີລົດຊະນິຍົມທີ່ຫຼູຫຼາ, Mekong Kingdom ຈະຊ່ວຍໃຫ້ທ່ານໄດ້ສຳຜັດກັບຄວາມມະຫັດສະຈັນຂອງແມ່ນ້ຳຂອງໄປກັບການລ່ອງເຮືອທີ່ຫຼູຫຼາທີ່ສຸດໃນນະຄອນຫຼວງພະບາງ.
ສຳລັບນັກທ່ອງທ່ຽວທີ່ບໍ່ມີເວລາໃນການລ່ອງເຮືອເປັນມື້ໄປທີ່ປະເທດໄທ ຫຼື ຕ່າງແຂວງ. ວິທີທີ່ດີທີ່ສຸດທີ່ຈະໄດ້ສຳພັດກັບແມ່ນ້ຳຂອງໃນພາຍໃນເວລາ 2-3 ຊົ່ວໂມງນັ້ນກໍ່ຄື ການລ່ອງເຮືອເບິ່ງຕາເວັນຕົກດິນ. ທ່ານຈະໄດ້ມີເວລາຜ່ອນຄາຍໂດຍບໍ່ຕ້ອງກັງວົນກັບເລື່ອງໃດໆ. ຊົມທິວທັດຮອບໆເຮືອໃນຂະນະທີ່ເພີດເພີນໄປກັບສາຍລົມເບົາໆທີ່ພັດຜ່ານໃບໜ້າ ແລະ ແສງແດດອຸ່ນໆຍາມຕາເວັນກຳລັງຈະຕົກດິນ. ໃນຂະນະທີ່ກຳລັງລ່ອງໄປຕາມແມ່ນ້ຳ ແລະ ພູເຂົາ. ແສງສີສົ້ມຂອງດວງຕາເວັນກໍ່ຈະຄ່ອຍໆຈາງໄປ. ມັນເປັນຊ່ວງເວລາທີ່ດີທີ່ຈະໄດ້ດື່ມເບຍຈັກແກ້ວ ກັບ ອາການກິນຫຼິ້ນລະຫວ່າງທາງເພື່ອການລ່ອງເຮືອທີ່ສົມບູນແບບ.
ລ່ອງເຮືອເຄິ່ງມື້ຕາມແມ່ນ້ຳຂອງຍັງຄົງເປັນຕົວເລືອກທີ່ນິຍົມສຳລັບການທ່ຽວຊົມຖ້ຳປາກອູ, ນ້ຳຕົກຕາດກວາງຊີ ແລະ ໝູ່ບ້ານເຄື່ອງປັ້ນດິນເຜົາ/ຫັດຖະກຳ.
ກວດເບິ່ງທາງເລືອກເຮືອລ່ອງຂອງພວກເຮົາໄດ້ໃນຊ່ອງທົວ ເພື່ອເບິ່ງຕົວເລືອກໃນການລ່ອງເຮືອ ແລະ ການເດີນທາງທີ່ໜ້າຕື່ນເຕັ້ນທີ່ຊ່ວຍໃຫ້ທ່ານຄົ້ນຫາສະຖານທີ່ທ່ອງທ່ຽວທີ່ງົດງາມທີ່ສຸດແຫ່ງໜຶ່ງຂອງປະເທດລາວຕາມແບບທີ່ທ່ານຕ້ອງການ.
ເມືອງອຸດົມໄປດ້ວຍປະເພນີ ແລະ ວັດທະນາທຳແບບດັ່ງເດີມ
ດື່ມດ່ຳໄປກັບປະເພນີວັດທະນາທຳດ້ວຍການນຸ່ງສີ້ນຕາມຮີດຄອງປະເພນີລາວ ຫຼື ຖະໜອມວັດທະນາທຳອັນລ້ຳຄ່າຂອງການຕັກບາດນີ້ໄວ້.
ສະເຫຼີມສະຫຼອງບຸນກຸດສົງການ ຫຼື ປີໃໝ່ລາວໂດຍການຫົດນ້ຳໄປທີ່ຊຸມຊົນແອອັດທີ່ກຳລັງຫຼິ້ນນ້ຳກັນຢ່າງມ່ວນຊື່ນໃນເດືອນເມສາ, ເບິ່ງບຸນປະເພນີຊ່ວງເຮືອປະຈຳປີໃນເດືອນກັນຍາທີ່ແຄມນ້ຳຄານ ຫຼື ສະຫຼອງປະເພນີໄຫຼເຮືອໄຟໃນຕອນກາງຄືນດ້ວຍການຮ້ອງເພງ ແລະ ເຕັ້ນ, ຟ້ອນພ້ອມກັບເບິ່ງບັ້ງພຸ. ຊົມຂະບວນແຫ່ເຮືອໄຟຜ່ານທາງເສັ້ນກາງ ແລະ ປ່ອຍໃນແມ່ນ້ຳຂອງພ້ອມທັງໃຕ້ໄຟເພື່ອຄວາມສວຍງາມໃນການປະກວດ.
ຖ້າຫານທ່ານຕ້ອງການຊອກຫາວັດຖຸດິບແບບລາວໆທີ່ສົດໃໝ່ທ່ານຕ້ອງໄປທີ່ຕະຫຼາດເຊົ້າແຫ່ງນີ້. ເພາະເປັນຕະຫຼາດທີ່ເປີດແຫ່ງທຳອິດໃນຕອນເຊົ້າ ແລະ ຊາວບ້ານແຖບນີ້ກໍ່ພາກັນມາຊື້ຜັກ, ປາ, ສະໝຸນໄພຕ່າງໆ, ໄຂ່, ຊີ້ນດ ໝາກໄມ້ ພ້ອມທັງສັດສາວາຕ່າງໆຫຼາຍຊະນິດ. ຕະຫຼາດເຊົ້າເປັນຕະຫຼາດກາງແຈ້ງທີ່ມີພໍ່ຄ້າຊາວຂາຍສ່ວນໃຫຍ່ຈະຂາຍສິນຄ້າຂແງພວກເຂົາເອງໃຕ້ຄັນຮົ່ມໃຫຍ່. ນີ້ເປັນສະຖານທີ່ທີ່ເໝາະສົມກັບການຊື້ໄຄແຜ່ນ, ຊີ້ນຄວາຍແຫ້ງ, ກ້ວຍ ແລະ ເຫັດທອດ. ເຖິງແມ່ນວ່າທ່ານຈະບໍ່ຢາກຊື້ຫຍັງຕິດໄມ້ຕິດມືໄປກໍ່ຕາມ ແຕ່ມັນກໍ່ຄຸ້ມຄ່າທີ່ຈະໄປທ່ຽວຊົມເພື່ອຖ່າຍຮູບສິ່ງແປກໆ ແລະ ໜ້າອັດສະຈັນ.
ຕະຫຼາດເປີດແຕ່ 05:00ໂມງ - 11:00ໂມງ.
ສະຖານທີ່ຕັ້ງຢູ່: ທາງຫຼັງສູນຂໍ້ມູນຂ່າວສານການທ່ອງທ່ຽວ
ສູນຢ້ຽມຢາມໂຄງການເກັບກູ້ລະເບີດຄື “ສິ່ງທີ່ບໍ່ຄວນພາດ” ສຳລັບຜູ້ທີ່ເດີນທາງມາຫຼວງພະບາງເພື່ອເບິ່ງສູນການຈັດສະແດງລະເບີດທີ່ຖືກເກັບກູ້. ສະຖານທີ່ນີ້ຈະບອກເລົ່າເລື່ອງລາວປະຫວັດສາດຈາກຜູ້ລອດຊີວິດຜ່ານຕົວໜັງສືເທິງຝາຜະໜັງ ແລະ ສາລະຄະດີຕ່າງໆ - ທ່ານຈະໄດ້ມີໂອກາດຮຽນຮູ້ສິ່ງສຳຄັນ ແລະ ຄວາມຈິງທີ່ໜ້າສະລົດໃຈກ່ຽວກັບສົງຄາມລັບ.
ທ່ານຮູ້ບໍ່ວ່າປະເທດລາວເປັນປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນປະຫວັດສາດ ລະຫວ່າງ ປີ ຄສ. 1964 – 1973, ປະເທດລາວໄດ້ຮັບຜົນກະທົບຈາກລະເບີດ B-52 ຖິ້ມລົງໜຶ່ງເທື່ອໂດຍສະເລ່ຍທຸກໆ 8 ນາທີ. ສະຫະລັດອາເມລິກາເພີ່ມການຖິ້ມລະເບີດໃສ່ປະເທດລາວໃນຊ່ວງນີ້ຫຼາຍກວ່າການຖິ້ມລະເບີດໃນຊ່ວງສົງຄາມໂລກຄັ້ງທີ່ 2 ອີກ. ຍັງຄົງມີລະເບີດທີ່ຍັງບໍ່ທັນແຕກອີກຫຼາຍລູກທີ່ມາຈາກການຖິ້ມປານຝົນຕົກໃນຄັ້ງນີ້ຖືກຝັງໃນແຜ່ນດິນປະເທດລາວ ແລະ ລໍຖ້າການລະເບີດຫາກມີຄົນໂຊກຮ້າຍໄປພົບກ່ອນ ເຊິ່ງມັນເຮັດໃຫ້ເກີດຜົນກະທົບຮ້າຍແຮງຢ່າງຕໍ່ເນື່ອງເກີດການບາດເຈັບ ແລະ ລົ້ມຕາຍເປັນປະຈຳ. ສູນຢ້ຽມຢາມໂຄງການເກັບກູ້ລະເບີດໃນຫຼວງພະບາງເປີດໂອກາດໃຫ້ທ່ານໄດ້ຮຽນຮູ້ເພີ່ມຕື່ມກ່ຽວກັບສົງຄາມລັບ. ມີການວາງສະແດງລູກລະເບີດທີ່ມີການເກັບກູ້. ເລື່ອງລາວທີ່ໜ້າສົນໃຈ ແລະ ຫ້ອງທີ່ເປີດສາລະຄະດີກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກທີ່ອັນຕະລາຍ.
ສະຖານທີ່ແຫ່ງນີ້ໃຫ້ຄວາມຮູ້ຫຼາຍ ແລະ ເໝາະສຳລັບນັກຮຽນ ຫຼື ຄອບຄົວທີ່ມີເດັກນ້ອຍທີ່ຢູ່ໃນໄວຮຽນຮູ້.
ເປີດໃຫ້ບໍລິການຕັ້ງແຕ່ວັນຈັນຫາວັນສຸກ ເວລາ 08:00ໂມງ - 11:30ໂມງ ແລະ 13:00ໂມງ - 17:00ໂມງ
ເຂົ້າຊົມຟຮີ!! (ສະໜັບສະໜູນດ້ວຍການບໍລິຈາກ)
ຕັ້ງຢູ່ບ້ານວັດນາວຽງຄຳ. ເສັ້ນທາງຫລັງອະນຸສາວະລີສຸພານຸວົງ ແລະ ໃຊ້ເວລາປະມານ 12 ນາທີຖ້າຍ່າງຈາກໃຈກາງເມືອງ.
ແມ່ນຫຍັງຄື ຜະລິດຕະພັນຈາກນົມຄວາຍລາວ ຫຼື ຟາມຄວາຍ?
ກິດຈະກຳເພື່ອສັງຄົມເລີ່ມຕົ້ນຈາກສອງຄອບຄົວທີ່ຕັດສິນໃຈວ່າຈະເຂົ້າສູ່ວິກິດຊ່ວງອາຍຸໄວກາງຄົນດ້ວຍ “ຈຸດປະສົງທີ່ມີຫຼາຍກວ່າລົດປໍເຊ້!” ຜະລິດຕະພັນນົມຄວາຍແຫ່ງທຳອິດ ແລະ ແຫ່ງດຽວໃນປະເທດລາວທີ່ຜະລິດຊີສ ແລະ ອື່ນໆ. ລວມທັງມອສເຊລາຊີສ (mozzarella), ບລູຊີສ (blue cheese), ເຟຕາ (feta) ແລະ ກະແລ້ມ. ເຮົາຂໍມອບໂອກາດພິເສດນີ້ໃຫ້ຜູ້ທີ່ມາທ່ຽວຫຼວງພະບາງໄດ້ລອງຊິມຊີສທີ່ແຊບເຫຼົ່ານີ້ ແລະ ສຳຜັດຄວາຍ ແລະ ສັດອື່ນໆໃນຟາມແບບໃກ້ຊິດ. ນັກທ່ອງທ່ຽວທີ່ເຂົ້າໄປເບິ່ງຟາມນົມຄວາຍແມ່ນກໍາລັງຊ່ວຍສະໜັບສະໜູນການເຊົ່າຄວາຍໃຫ້ຊາວກະສິກອນໃນທ້ອງຖິ່ນໃຫ້ມີລາຍໄດ້ເພີ່ມຂຶ້ນ, ການໃຫ້ອາຫານ, ການເບິ່ງແຍງສັດ ແລະ ໂປຼແກຮມການປະສົມພັນເພື່ອປັບປຸງພັນທຸກຳຄວາຍໃນທ້ອງຖິ່ນ.
ນັກທ່ອງທ່ຽວຍັງໄດ້ຊ່ວຍກອງທຶນການເວີກຊ໊ອບກ່ຽວກັບການເບິ່ງແຍງສັດ, ວິທີການຜະລິດອາຫານສັດແບບກະເສດອິນຊີ ແລະ ວິທີການຮີດນົມຄວາຍໃຫ້ຊາວກະສິກອນໃນທ້ອງຖິ່ນອີກດ້ວຍ, ເພື່ອໃຫ້ພວກເຂົາສາມາດປັບປຸງໂພສະນາການຂອງເດັກນ້ອຍໃນໝູ່ບ້ານ.
ການຜະລິດຊີສໄດ້ເອງແບບຍືນຍົງ: ອຸດສາຫະກຳໃໝ່ໃນປະເທດລາວ
ອົງກອນຂອງພວກເຮົາມີໂຮງງານຜະລິດນົມ ແລະ ຜະລິດຕະພັນຈາກນົມເຊັ່ນ: ໂຢເກີດຊີສ ແລະ ກະແລ້ມສຳລັບລູກຄ້າພາຍໃນ ແລະ ຕ່າງປະເທດ.
ພາບລວມຂອງທຸລະກິດ
ໂດຍການຮ່ວມມືກັບປະຊາຊົນຈາກບັນດາບ້ານໃນ ແລະ ອ້ອມຕົວເມືອງຫຼວງພະບາງດ້ວຍການເຊົ່າຄວາຍຂອງພວກເຂົາ, ເຊິ່ງເຮັດໃຫ້ຄອບຄົວມີລາຍໄດ້ເປັນປົກກະຕິຈາກແຫຼ່ງຊັບພະຍາກອນທີ່ບໍ່ມີປະສິດຕິພາບ, ຄືຄວາຍເພດແມ່ ແລະ ຄວາຍເພດຜູ້ຈະຖືກຂາຍເພື່ອເອົາຊີ້ນເຂົ້າຕະຫຼາດ. ພວກເຮົາໄດ້ສ້າງສະຖານທີ່ສຳລັບຮີດນົມຄວາຍຂອງພວກເຂົາ ແລະ ເຮັດໃຫ້ພວກມັນມີອາຫານທີ່ດີ, ມີສຸຂະພາບດີ ແລະ ປອດໄພ.
ດ້ວຍການໃຊ້ແພັດຟອມ IndieGoGo ເຮົາກຳລັງເປີດຕົວປຸກລະດົມທຶນໂດຍໄດ້ຕັ້ງເປົ້າໝາຍ 30,000ໂດລາສະຫະລັດ ເພື່ອເປັນຄ່າໃຊ້ຈ່າຍໃນການຊື້ຄວາຍແມ່ທີ່ກຳລັງຖືພາຈຳນວນ 20 ຕົວໃຫ້ກັບຊາວກະສິກອນຜູ້ທີ່ມີທຶນໜ້ອຍບໍ່ສາມາດຊື້ຄວາຍເປັນຂອງຕົວເອງໄດ້. ໂດຍພວກເຮົາຈະໄດ້ມອບຄວາຍແມ່ 20 ໂຕ ໃຫ້ແກ່ຊາວກະສິກອນທີ່ຕ້ອງການຄວາມຊ່ວຍເຫຼືອ. ຊາວກະສິກອນທີ່ໄດ້ຮັບການເຝິກອົບຮົມ ແລະ ເງິນສົດ $500 ເພື່ອເປັນຄ່າອາຫານ ແລະ ຄ່າໃຊ້ຈ່າຍອື່ນໆໃນການຫາລ້ຽງຄວາຍ. ໃນຕໍ່ໜ້ລູກຄວາຍຈະກາຍເປັນຄວາຍໃຫຍ່ ແລະ ຄວາຍໃຫຍ່ຈະມີລູກຄວາຍ ແລະ ວົງຈອນຂອງໂອກາດກໍ່ຈະເລີ່ມຕົ້ນຂື້ນ. ພວກເຮົາຍັງຈະລ້ຽງຄວາຍເຫຼົ່ານີ້ກັບຄວາຍອິນເດຍ Murrah ເຊິ່ງຈະຊ່ວຍປັບປຸງຜົນຜະລິດນົມໃນລຸ້ນຕໍ່ໆໄປ, ດພີ່ມໂອກາດໃນການຢູ່ລອດຂອງຄວາຍພັນທີ່ດີກວ່າ, ເຊິ່ງມັນເຮັດໃຫ້ຊາວກະສິກອນ ແລະ ຊ່ວຍໃຫ້ຊາວກະສິກອນສ້າງລາຍໄດ້ສູງຈາກຄວາຍໂຕໃຫຍ່ ແລະ ມີຜົນຜະລິດຫຼາຍຂື້ນ. ໂຄງການປັບປຸງພັນທຸກຳນີ້ແມ່ນ ກຳລັງດຳເນີນໂດຍສົມທົບກັບສະຖາບັນກະສິກຳລາວ.
ຝູງຄວາຍສ່ວນທີ່ເຫຼືອປະມານ 200 ໂຕຈະຖືກເຊົ່າຈາກຫຼາຍໆບ້ານ, ຮີດນົມປະຈຳວັນໃນໄລຍະເວລາປະມານ 6 ເດືອນໃນແຕ່ລະຄັ້ງ, ຫຼັງຈາກນັ້ນກໍ່ສົ່ງຄືນບ້ານຈົນກວ່າຄວາຍຈະພ້ອມທີ່ຈະມີລູກອີກ ແລະ ຂະບວນການກໍ່ຈະເລີ່ມຕົ້ນໃໝ່. ໃນຊ່ວງເວລານີ້, ພວກເຮົາຈະເບິ່ງແຍງ, ລ້ຽງ, ແລະ ສັກວັກຊີນໃຫ້ແກ່ຄວາຍ ແລະ ລູກຄວາຍ. ຊາວບ້ານຈະຍົງຄົງສິດຄວາມເປັນເຈົ້າຂອງສັດຂອງເຂົາເຈົ້າ.
ໃນສ່ວນຂອງຂະບວນການການຮີດນົມຄວາຍໃນທຸກໆມື້ນັ້ນ ໄດ້ເຮັດໃຫ້ເຮົາສ້າງບຸກຄະລາກອນທີ່ເຮັດວຽກເຕັມເວລາໄດ້ 30 ຕຳແໜ່ງ. ເຊິ່ງພວກເຮົາກໍ່ໄດ້ສະເໜີໃຫ້ຊາວກະສິກອນທ້ອງຖິ່ນທີ່ມາເຮັດວຽກຮ່ວມກັບເຮົາຕັ້ງແຕ່ເລີ່ມຕົ້ນ.
ສະຖານທີ່ຜະລິດຊີສຂອງພວກເຮົາໄດ້ຜະລິດ mozzarella ໃນເດືອນເມສາ 2017, ໄດ້ສ້າງບຸກຄະລາກອນທີ່ເຮັດວຽກເຕັມເວລາຈຳນວນ 5 ຕຳແໜ່ງ ແລະ ຕິດຕັ້ງເຄື່ອງຂ້າເຊື້ອໃນສາງເກັບນົມທີ່ໄດ້ຈາກການຮີດນົມຄວາຍທຸກ
ສະຖານທີ່ຜະລິດເນີຍແຂງຂອງພວກເຮົາໄດ້ຜະລິດ mozzarella ໃນເດືອນເມສາ 2017, ໄດ້ສ້າງຕຳແໜ່ ເຕັມເວລາ ຈຳນວນ 5 ຕຳແໜ່ງ ແລະ ມີຄວາມສາມາດໃນການຂ້າເຊື້ອໃນນົມ, ເກັບຮັກສານົມທີ່ໄດ້ມາຈາກຄວາຍໃນແຕ່ລະວັນ.ພວກເຮົາຜະລິດ, ບັນຈຸພັນ ແລະ ເກັບມ້ຽນສິນຄ້າຈົນກວ່າຈະຂົນສົ່ງ. ລະດັບຜະລິດຕະພັນປະຈຸບັນປະກອບມີ ນົມສົ້ມ, mozzarella, ricotta, ກະແລມ ແລະ cheesecake. ສຳລັບລາຍຊື່ເຕັມກົດທີ່ນີ້.
ໃນສ່ວນຂອງຊ່ອງທາງການຈັດຈຳໜ່າຍນັ້ນ, ພວກເຮົາຈະຈັດສົ່ງໄປທີ່ຮ້ານອາຫານ, ໂຮງແຮມໃນທ້ອງຖິ່ນ ແລະ ຫ້າງສັບພະສິນຄ້າໃນແຂວງຫລວງພະບາງຕະຫຼອດຈົນທົ່ວປະເທດລາວ. ເມື່ອມມີການຜະລິດເພີ່ມຂຶ້ນ, ພວກເຮົາຈະສົ່ງອອກໄປທີ່ຕະຫຼາດຈີນ ແລະ ອາຊ້ຽນອີກດ້ວຍ.
ຜະລິດຕະພັນຂອງພວກເຮົາຍັງໄດ້ວາງຂາຍໜ້າຮ້ານໃຫ້ກັບປະຊາຊົນ ແລະ ກຸ່ມນັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວໂຮງງານຜະລິດ ແລະ ຟາມຂະໜາດນ້ອຍ, ສູນເຝິກອົບຮົບ ແລະ ຄ່າເຟຂອງພວກເຮົາພ້ອມໃຫ້ບໍລິການສຳລັບນັກທ່ອງທ່ຽວທີ່ມາທ່ຽວຊົມຟາມຂອງເຮົາ.
ທຸລະກິດທີ່ມີຄວາມຮັບຜິດຊອບຕໍ່ສັງຄົມແບບນີ້ຂອງເຮົາໄດ້ຮັບເງິນທຶນຈາກເຈົ້າຂອງກິດຈະການ ແລະ ບໍລິຫານໂດຍນັກລົງທຶນຕ່າງປະເທດ ແລະ ຄົນລາວ 2 ຄົນ. ພວກເຮົາເຮັດວຽກກັບຊາວບ້ານທ້ອງຖິ່ນແຖວນັ້ນ ແລະ ແບ່ງປັນຜົນປະໂຫຍດດັ່ງຕໍ່ໄປນີ້:
ທີ່ຢູ່ຫ້ອງການ:
ບ້ານ ເມືອງຂາຍ, ນະຄອນຫຼວງພະບາງ, ປະເທດລາວ
ສະຖານທີ່ນີ້ເປັນຕະຫຼາດຫັດຖະກຳທີ່ໃຫຍ່ທີ່ສຸດໃນລາວ ແລະ ນັກທ່ອງທ່ຽວຈຳນວນຫຼາຍຕ່າງກໍ່ມາທີ່ຫຼວງພະບາງເພື່ອມາຊອກຊື້ເຄື່ອງຢູ່ຕະຫຼາດແຫ່ງນີ້. ຕະຫຼາດແຫ່ງນີ້ຕັ້ງຢູ່ເສັ້ນທາງຫຼັກຂອງເມືອງ. ສິ່ງທີ່ທ່ານຈະໄດ້ເຫັນຫຼາຍແມ່ນແພໄໝລາວ, ເຄື່ອງຫັດຖະກຳມົ້ງ, ເສື້ອທີ່ລະນຶກ, ກະເປົາ, ຄັນຮົ່ມເຈ້ຍສາ, ໂຄມໄຟ, ເຄື່ອງທີ່ລະນຶກທີ່ເປັນແມ່ເຫຼັກ, ເຄື່ອງນຸ່ງທີ່ມີລາຍຊ້າງ. ຖ້າຫາກຢາກສະໜັບສະໜູນອຸດສາຫະກຳຫັດຖະກຳທ້ອງຖິ່ນໃຫ້ຊອກຫາສັນຍາລັກ “Made In Luang Prabang”. ທ່ານສາມາດເຫັນຄວາມແຕກຕ່າງຂອງຄຸນນະພາບລະຫວ່າງສິນຄ້າເຫຼົ່ານີ້ກັບສິນຄ້າລາຄາຖືກທີ່ນຳເຂົ້າຈາກປະເທດເພື່ອນບ້ານ. ນອກຈາກນີ້ຍັງມີອາຫານແຊບໆໃຫ້ກິນ ແລະ ດື່ມຢູ່ອ້ອມແອ້ມຕະຫຼາດລວມເຖິງຂະໜົມຄົກ, ປັ່ນໝາກໄມ້ສົດ, ເຂົ້າຈີ່ ແລະ ເບຍ.
ເວລາເປີດ-ປິດ: 17:00ໂມງ - 22:00ໂມງ
ສະຖານທີ່: ຢູ່ຖະໜົນຫຼັກ ເລີ່ມຕົ້ນຈາກສູນຂໍ້ມູນຂ່າວສານການທ່ອງທ່ຽວໄປຫາຫໍພິພິທະພັນແຫ່ງຊາດຫຼວງພະບາງ.
ຄູ່ມືຮ້ານກາເຟທ້ອງຖິ່ນຂອງຫຼວງພະບາງ: ບ່ອນທີ່ທ່ານຈະຫາຮ້ານກາເຟໜ້າຮັກ + ກາເຟລົດຊາດດີເລີດ ໂດຍ Liz Hiruschauer
ວັດທະນາທຳກາເຟໃນປະເທດລາວ (ບົດຄວາມແນະນຳທີ່ດີທີ່ສຸດ)
“ຫວຽດນາມ” ປະເທດເພື່ອນບ້ານຂອງລາວທີ່ໄດ້ຮັບຄວາມສົນໃຈຫຼາຍຈາກວັດທະນາທຳກາເຟທີ່ຈະເລີນຮຸ່ງເຮືອງ ແລະ ການຂົ້ວກາເຟທີ່ແຊບໄດ້ຢ່າງຖືກຕ້ອງ. ແຕ່ວ່າບໍ່ຄວນມີໃຜນັບປະເທດລາວອອກຈາກການຜະລິດກາເຟ. ໃນຄວາມເປັນຈິງແລ້ວການຜະລິດກາເຟໃນປະເທດລາວໄດ້ເປັນທີ່ຍອມຮັບໃນລະດັບໂລກແລ້ວ, ໂດຍສະເພາະຖ້າທ່ານຢາກລອງຊິມກາເຟທີ່ມີຫອມ ແລະ ເຂັ້ນຂຸ້ນ.
ກາເຟທີ່ຜະລິດຢູ່ລາວສ່ວນໃຫຍ່ແມ່ນປູກຢູ່ພາກໃຕ້ຂອງປະເທດລາວ. ພື້ນທີ່ນັ້ນມີສະພາບອາກາດທີ່ຂ້ອນຂ້າງເຢັນ ແລະ ຊຸ່ມ, ເໝາະແກ່ການປູກກາເຟ. ເມື່ອບໍ່ດົນມານີ້ພາກເໜືອຂອງປະເທດລາວມີການຜະລິດກາເຟເພີ່ມຂຶ້ນຢ່າງໄວວາຫຼັງຈາກທີ່ນັກວິໄຈດ້ານກະສິກຳໄດ້ຄົ້ນພົບພູເຂົາທີ່ເໝາະສຳລັບການປູກກາເຟ. ການປູກກາເຟຢູ່ທາງພາກເໜືອສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນທີ່ຢູ່ໃນພື້ນທີ່ດັ່ງກ່າວ, ພາຍຫຼັງທີ່ລັດຖະບານຈະໄດ້ມີການຍຸດຕິການປູກຝິ່ນຢ່າງຖາວອນ. ການເຮັດກະສິກຳແບບປອດສານຜິດໄດ້ຮັບຄວາມນິຍົມຫຼາຍຂຶ້ນເຊິ່ງສົ່ງຜົນໃຫ້ກາເຟອໍແກນິກເປັນທີ່ນິຍົມໄປນຳ ແລະ ໄດ້ຖືກວາງຈຳໜ່າຍຢູ່ຮ້ານອາຫານໃຫຍ່ ແລະ ຮ້ານຄ້າທົ່ວໄປ.
ອ່ານບົດຄວາມເພີ່ມຕື່ມໄດ້ທີ່: https://www.sillylittlekiwi.com/home/2018/9/9/a-locals-guide-to-cafes-in-luang-prabang-laos
ຮ້ານອາຫານທີ່ໜ້າສົນໃຈ: 5 ຮ້ານອາຫານທີ່ຄວນໄປເມື່ອມາທ່ຽວຫຼວງພະບາງໂດຍ Dewi Nurjuwita
ໃນຮ່ອມພູເຂົາທີ່ອ້ອມຮອບໄປດ້ວຍພູຜາປ່າໄມ້ສີຂຽວທີ່ສວຍສົດວົດວາມ ແລະ ແມ່ນ້ຳຄານຕັດກັບແມ່ນ້ຳຂອງ. ອານາຈັກພູເຂົາແຫ່ງຫຼວງພະບາງແມ່ນຄວາມລັບທີ່ດີທີ່ສຸດຂອງປະເທດລາວເຊິ່ງຄ່ອຍໆຖືກຄົ້ນພົບໂດຍນັກທ່ອງທ່ຽວ. ເມືອງທີ່ສະຫງົບສຸກແຫ່ງນີ້ໃຊ້ເວລາເດີນທາງດ້ວຍຍົນປະມານ 45 ນາທີຈາກເມືອງຫຼວງຂອງປະເທດລາວນັ້ນກໍ່ຄື ນະຄອນຫຼວງວຽງຈັນ, ແຕ່ທ່ານຈະຮູ້ສຶກຄືກັບວ່າທ່ານໄດ້ເຂົ້າໄປສູ່ອີກໂລກໜຶ່ງ.
ໃນຂະນະທີ່ຫຼາຍຄົນທ່ຽວຊົມສະຖານທີ່ມໍລະດົກໂລກຂອງອົງການຢູເນສໂກ້ ເພື່ອຊົມວັດວາອາຮາມທີ່ເປັ່ງປະກາຍພາຍໃຕ້ແສງອາທິດ ແລະ ວັດທະນາທຳທີ່ໜ້າຫຼົງໄຫຼ, ສະເໜ່ຂອງຫຼວງພະບາງທີ່ຢູ່ຕາມຮ່ອມນ້ອຍ. ຈາກພາຍນອກເບິ່ງຄືວ່າຈະເປັນເມືອງທີ່ງຽບສະຫງົບ ແຕ່ຫາກທ່ານລອງຍ່າງອອກຈາກກອບ ຫຼື ຍ່າງອອກຈາກເສັ້ນທາງທຳມະດາ ແລ້ວໄປທາງທີ່ບໍ່ເຄີຍໄປທ່ານຈະໄດ້ເຫັນຫຍັງທີ່ແປກໃໝ່, ສະຖານທີ່ໃໝ່ ແລະ ທ່ານຈະໄດ້ພົບກັບຮ້ານອາຫານທີ່ຖືກເຊື່ອງຢູ່ຕາມຮ່ອມນ້ອຍທີ່ສວຍງາມທີ່ຖືກເບິ່ງຂ້າມໂດຍນັກທ່ອງທ່ຽວທີ່ບໍ່ເຄຍໄດ້ຜ່ານໄປ.
ຄົ້ນຫາຂໍ້ມູນເພີ່ມຕື່ມໄດ້ທີ່: https://www.lifestyleasia.com/sg/travel/destinations/unpaved-alleyways-4-hidden-restaurants-luang-prabang/
ໂຍຄະຫຼວງພະບາງ, ເປັນສະຖານທີ່ ທີ່ທ່ານຈະໄດ້ຮຽນໂຍຄະ, ການເຮັດເວີກຊັອບ ແລະ ອື່ນໆອີກຫຼາຍຢ່າງ!
ຫຼວງພະບາງໂຍຄະແມ່ນການຮ່ວມມືຂອງຄູສອນໂຍຄະແບບອິດສະຫຼະທີ່ໃຫ້ບໍລິການໂຍຄະໃນສະຖານທີ່ທີ່ສວຍງາມທີ່ສຸດໃນຫຼວງພະບາງ. ຮ່ວມກັນກັບນັກຮຽນທີ່ອາໃສຢູ່ຫລືເດີນທາງມາທີ່ນີ້, ພວກເຮົາເປັນຊຸມຊົນໂຍຄະທີ່ເປັນເອກະລັກເຊິ່ງເຊື່ອໃນການເຊື່ອມຕໍ່ລະຫວ່າງທຳມະຊາດ ແລະ ໂຍຄະ. ພວກເຮົາສະໜັບສະໜູນສະຖານທີ່ ແລະ ຄູສອນຫຼາຍຄົນໂດຍການຈັດບ່ອນສອນ ແລະ ຈັດເວີກຊັອບໃນສະຖານທີ່ຕ່າງໆຮອບໆເມືອງ. ມາຮ່ວມເປັນສ່ວນໜຶ່ງຂອງພວກເຮົາ, ເຮົາຈະພາທ່ານກ້າວອອກໄປນອກສະຕູດິໂອໂຍຄະ ເພື່ອເຝິກຝົນໃນສະຖານທີ່ທີ່ທ່ານຈະຈົດຈຳໄປອີກດົນ. ເຂົ້າຮ່ວມໂຍຄະກັບເຮົາເພື່ອເບິ່ງທິວທັດແມ່ນ້ຳຂອງ ແລະ ແມ່ນ້ຳຄານທີ່ສົມບຸນແບບ ຫຼື ຊົມບັນຍາກາດ ສະບາຍໃນສະຖານທີ່ຖະໜົນສາຍຫຼັກຂອງພວກເຮົາໃນການເຝຶກໂຍຄະໃນຕອນແລງ. ສະມາຄົມຄູ ແລະ ນັກຮຽນຂອງເຮົາຂະຫຍາຍຕົວໄປໄກຫຼາຍ ແລະ ຕອນນີ້ເຮົາກໍ່ໄດ້ເປັນທີ່ຍອມຮັບໃນລະດັບໂລກອີກດ້ວຍ!
ຄຳແນະນຳ
ເປັນວັນຊິວໆ. ເພີດເພີນໄປກັບຍາມຄ່ຳຄືນ ຄາເຟ່ / ບຣາ / ສະຖານທີ່ນັ່ງຊິວ / ໂຍຄະແຄມນ້ຳ ແລະ ເດີນຕີບານຫາດຊາຍ.
ເສັ້ນທາງ:
ຢູໂທເປຍຕັ້ງຢູ່ແຄມນ້ຳຄານຢູ່”ອີກເບື້ອງໜຶ່ງ”ຂອງພູສີ. ທ່ານສາມາດຍ່າງອ້ອມພູສີໄດ້ທັງສອງດ້ານຈາກຂ້າງຕະຫຼາດກາງຄືນ ແລະ ທາງເສັ້ນຫຼັກ. ແຕ່ຢ່າຂ້າມນ້ຳຄານ ບໍ່ວ່າຈະຂ້າມຈຸດໃດກໍ່ຕາມເພາະນັ້ນໝາຍຄວາມວ່າທ່ານກຳລັງໄປຜິດທາງ! ຍ່າງໄປບໍ່ເກີນ 10 ນາທີ ຍົກເວັ້ນແຕ່ວ່າທ່ານຈະຢຸດຊົມທິວທັດຕາມທາງ. ຖ້າໄປຕອນກາງຄືນກໍ່ບໍ່ຕ້ອງຢ້ານເພາະຕາມທາງມີໄຟ ແລະ ບໍ່ດົນທ່ານກໍ່ຈະຮອດຢູໂທເປຍ.
ເສັ້ນທາງໄປ ທາງທີ່ #1
ຈາກມຸມໃກ້ກັບຮ້ານ Sports Bar ຍ່າງລົງມາປະມານ 50ແມັດ ແລະ ລ້ຽວຊ້າຍລົງຮ່ອມທີ່ຖັດຈາກຮ້ານອາຫານ Silapa Restaurant ແລະ ຍ່າງໄປຕາມປ້າຍບອກທາງ.
ເສັ້ນທາງໄປ ທາງທີ່ #2
ໄປທາງດຽວກັນກັບທາງທີ່ 1 ຖ້າທ່ານຜ່ານຮ້ານອາຫານ Silapa Restaurant ໃຫ້ຍ່າງຕໍ່ໄປອີກ 15 ແມັດ ແລະ ລ້ຽວຊ້າຍຕາມຮ່ອມ ແລະ ລ້ຽວຂວາໄປຈະເຫັນຂົວເຫຼັກນ້ອຍໆຢູ່ຫັ້ນ. ຫາກທ່ານໄປຮອດປ້ຳນ້ຳມັນ ສະແດງວ່າທ່ານຍ່າງໄປຜິດທາງ.
ເສັ້ນທາງໄປ ທາງທີ່ #3
ທາງນີ້ດີທີ່ສຸດສຳລັບການຍ່າງໄປ. ທ່ານຍ່າງໄປຕາມແຄມນ້ຳຄານຈາກນັ້ນຂ້າງຊ້າຍທີ່ທ່ານຍ່າງຜ່ານແມ່ນ Red Bull Bar ແລະ ດ້ານຫຼັງຂອງບຣານັ້ນກໍ່ແມ່ນຮ້ານ Coconut Luang Prabang ເຊິ່ງຂ້າງຮ້ານນັ້ນຈະມີຮ່ອມນ້ອຍໆເຂົ້າໄປໃນວັດ (ຮ່ອມທີ່ຢູ່ດ້ານຂວາຂອງ Coconut Luang Prabang). ຍ່າງຊອດວັດໄປລົງຂັ້ນໄດ ແລະ ຍ່າງຕໍ່ໄປຕາມປ້າຍທ່ານກໍ່ຈະພົບກັບຮ້ານຢູໂທເປຍ.
ຄົ້ນຫາຂໍ້ມູນເພີ່ມຕື່ມກ່ຽວກັບຫ້ອງຮຽນໂຍຄະ ແລະ ຕາຕະລາງຮຽນໄດ້ທີ່: http://www.luangprabangyoga.org/class-schedule.html
ແຫຼ່ງທີ່ມາຂອງຮູບ: https://www.21moves.com/yoga-luang-prabang-laos-utopia/
Sansany Charity Yoga - ທຸກໆວັນອາທິດ Sansany ເປັນຜູ້ເຝິກສອນໂຍຄະຄົນລາວພື້ນເມືອງສົ່ງເສີມການໃຊ້ຊີວິດໃຫ້ມີສຸຂະພາບທີ່ດີດ້ວຍການສອນໂຍຄະທີ່ໂຮງແຮມອາວານີ. ຄ່າທຳນຽມສຳລັບຄົນຕ່າງປະເທດແມ່ນ 40,000ກີບ ແລະ ຄົນລາວ 30,000ກີບ. ຄ່າໃຊ້ຈ່າຍທັງໝົດແມ່ນບໍລິຈາກເພື່ອສະໜັບສະໜູນໂຄງການສູນການສຶກສາພາສາຕ່າງປະເທດ (@Mylibrary) ໃນຫຼວງພະບາງ. ເປັນຫຍັງບໍ່ມາອອກກຳລັງກາຍໃຫ້ຮູ້ສຶກດີ ແລະ ເຮັດມັນໃຫ້ດີໃນເວລາດຽວກັນລະ?
ຕິດຕາມລາວທີ່ facebook https://www.facebook.com/Sansany.keo/
ສະໜາມກ໋ອບຫຼວງພະບາງ
ໃນຂະນະທີ່ທ່ານກຳລັງເພີດເພີນໄປກັບການຕີກ໋ອບມີທິວທັດອັນສວຍງາມຂອງພູເຂົາ ແລະ ແມ່ນ້ຳຂອງຖ້າທ່ານຢູ່ຂຸມທີ່ 16 ແລະ 17. ສະພາບອາກາດລະຫວ່າງເດືອນພະຈິກຫາເດືອນກຸມພານັ້ນເໝາະແກ່ການຫຼິ້ນກິລາກ໋ອບຢ່າງຍິ່ງ ເພາະວ່າອາກາດເຢັນ, ອຸນຫະພູມລະຫວ່າງ 15-25 ອົງສາ ສົມທົບກັບຫຼຸມຕ່າງໆທີ່ທ້າທາຍກັບທິວທັດທຳມະຊາດຂອງພູຫີນປູນ ແລະ ປ້າໄມ້ທີ່ຂຽວອຸ່ມຊຸ່ມ.
ສະໜາມກ໋ອບຫຼວງພະບາງຢູ່ຫ່າງຈາກໃຈກາງເມືອງໄປທາງຕາເວັນຕົກປະມານ 6 ກິໂລແມັດ. ຕັ້ງຢູ່ແຄມຝັ່ງພາກໃຕ້ຂອງແມ່ນໍ້າຂອງອ້ອມຮອບດ້ວຍພູຜາປ່າໄມ້. ຂຸມທີ່ 14 ຫາ ຂຸມທີ່ 17 ນັ້ນຈະຂະໜານກັບແມ່ນ້ຳ ກັບການຫຼິ້ນ 3 ພາ ໃນຂຸມທີ່ 17 ຈະຢູ່ຕາມແຄມນ້ຳ. ເຮົາຈະສາມາດເຫັນນ້ຳໄດ້ຊັດເຈນຢູ່ຂຸມທີ່ 18 ແຕ່ແທ້ໆແລ້ວເຂົ້າມາຫຼິ້ນນັ້ນ ຫຼິ້ນພຽງແຕ່ຂຸມ 3, 5, 7 ແລະ 14. ເພາະວ່າ ພາ 4 ຂຸມທີ່ 18 ນັ້ນທ່ານຈະຕ້ອງໄດ້ຫຼິ້ນຢູ່ເທິງເນີນຊັນ 35 ອົງສາ ແລະ ມີໄລຍະໄກກວ່າ 375 ຫຼາ. ໂດຍທົ່ວໄປ, ພື້ນທີ່ກຮີນຂອງເຮົາມີແຕ່ຂະໜາດນ້ອຍຫາຂະໜາດກາງ ເຊິ່ງມີລະດັບແຕກຕ່າງກັນ ຍົກເວັ້ນຂຸມທີ່ 18 ຂຸມດຽວທີ່ເປັນທາງຄື້ນ ລແະ ອຽງໜ້ອຍໜຶ່ງ.
ຫຼວງພະບາງຈະພາທ່ານເດີນທາງໄປ “ໄປສະຖານທີ່ທີ່ສວຍງາມ ແລະ ເກົ່າແກ່ທີ່ສຸດ”. ບໍ່ມີທາງແຟເວຂະໜານກັນດັ່ງນັ້ນທ່າຈະເພີດເພີນໄປກັບຄວາມຮູ້ສຶກຂອງການໄດ້ໄປໃສຈັກແຫ່ງໃນຂະນະທີ່ທ່ານຫຼິ້ນໄກອອກຈາກເສັ້ນທີ່ມີແມ່ນ້ຳ. ດ້ານຫຼັງຂອງທ່ານນັ້ນຈະເປັນທິວທັດທີ່ໜ້າອັດສະຈັນຂອງແມ່ນ້ຳຂອງໃນໄລຍະ 190 ຫຼາສຸດທ້າຍທີ່ຂຸມທີ່ 17 ແລະ 18.
ລວດລາຍຂອງຜືນຜ້າທີ່ສະທ້ອນຄຸນຄ່າຄວາມເປັນລາວ...ຄົ້ນຫາປະເທດລາວຜ່ານຜ້າໄໝລາວ
“ເມື່ອຕາດວັນອອກມາພົບກັບຕາເວັນຕົກ”
ສ້າງຕັ້ງຂຶ້ນໃນປີ 2000 ໂດຍຍິງສາວສັນຊາດອັງກິດນາມວ່າ Joanna (Jo) Smith ແລະ ສາວລາວເມືອງມໍລະດົກໂລກ ທ່ານນາງ ແວວມະນີ (ແວວ) ດວງດາລາ, ອອກ ພົບ ຕົກ ຫຼື ເປັນທີ່ຮູ້ຈັກກັນໃນຊື່ OPT ໄດ້ຂະຫຍາຍທຸລະກິດຈາກຮ້ານຄ້ານ້ອຍໆທີ່ຈຳໜ່າຍສິນຄ້າພຽງ 2-3 ແບບ ຈົນໄດ້ກາຍມາເປັນສູນການຮຽນຮູ້ ແລະ ພັດທະນາການສ້າງສັນລວດລາຍເທິງແຜ່ນຜ້າທີ່ສຳຄັນໃນລາວ ແລະ ຂົງເຂດອາຊີຕາເວັນອອກສຽງໃຕ້, ປັດຈຸບັນອອກພົບຕົກມີຫລາຍກວ່າ 78 ເພື່ອນຮ່ວມງານທີ່ດຳເນີນວຽກງານໄປນຳກັນ. ພົບກັບຄົນອື່ນໆອີກໄດ້ທີ່ນີ້!
ອອກ ພົບ ຕົກ (ໝາຍຄວາມວ່າ “ຕາເວັນອອກພົບຕາເວັນຕົກ”) ຖືກກໍ່ຕັ້ງຂຶ້ນບົນພື້ນຖານຫຼັກການຂອງຮ້ານຄ້າທີ່ເປັນທຳ ແລະ ການດຳເນີນທຸລະກິດທີ່ຍືນຍົງ. ບໍລິສັດເປັນຜູ້ບຸກເບີກທຸລະກິດດ້ານສັງຄົມ ແລະ ແຟຊັ່ນຊົນເຜົ່າ
ກ່ອນທີ່ຂໍ້ກຳນົດເຫຼົ່ານີ້ຈະແມ່ນສ່ວນໜຶ່ງຂອງຄຳສັບວັດທະນະທຳ ຂອງພວກເຮົາ.
ຄົ້ນຫາປະສົບການດ້ວຍຕົວຂອງທ່ານເອງ
ບໍ່ວ່າທ່ານຈະມີເວລາ 30 ນາທີ ຫຼື 36 ຊົ່ວໂມງ ແຕ່ຖ້າທ່ານຢາກລອງຮຽນ ຫຼື ຮັບປະທານອາຫານທ່ຽງທີ່ Silk Road Café, ພວກເຮົາຍິນດີທີ່ຈະມອບສິ່ງທີ່ພິເສດໃຫ້ທ່ານໄດ້ສຳຜັດໃນຂະນະທີ່ທ່ານຢູ່ຫລວງພະບາງ! ເຂົ້າຮ່ວມທົວ ແລະ ຟຣີໄກ້ນຳທ່ຽວ, ຍ່າງຫຼີ້ນໃນສວນຂອງພວກເຮົາ (ບ່ອນທີ່ທ່ານຈະເຫັນວັດຖຸດິບສຳລັບການຍ້ອມສີຂອງພວກເຮົາແບບທຳມະຊາດ) ຫຼື ມາທີ່ສູນການຮຽນຮູ້ເພື່ອເຂົ້າຊົມການຕ່ຳຫູກຂອງ 28 ນັກຕ່ຳຫູກທໍ່ໄຜທີ່ມີສີມືປານີດ.
ຊອກຂໍ້ມູນເພີ່ມເຕີມຂ້າງລຸ່ມ:
ພິທີບາສີສູ່ຂວັນແມ່ນຫຍັງ? ຄວາມສຳຄັນຂອງການຕັກບາດແມ່ນຫຍັງ? ຜູ້ຍິງລາວເປ້ລູກໄວ້ທາງຫຼັງແລ້ວເຮັດວຽກໄປນຳໄດ້ແນວໃດ? ຄຳຖາມເຫຼົ່ານີ້ສາມາດຫາຄຳຕອບໄດ້ທີ່ເຮືອນຈັນ. ສະຖານທີ່ນີ້ທ່ານຈະໄດ້ເຫັນຕົວຢ່າງຂອງຜ້າໄໝລາວ, ຮຽນຮູ້ກ່ຽວກັບຄວາມຫຼາກຫຼາຍຂອງຊົນເຜົ່າໃນປະເທດ, ອ່ານຂໍ້ມູນກ່ຽວກັບພຸດທະສາສະໜາ ແລະ ຊີວິດຄອບຄົວ - ພ້ອມທັງເບິ່ງຂໍ້ມູນກ່ຽວກັບຮີດຄອງປະເພນີ ແລະ ວັດທະນະທຳຂອງປະເທດລາວ.
ເຮືອນຈັນ ແມ່ນເຮືອນໄມ້ແບບດັ້ງເດີມໃນສະຕະວັດທີ 19, ເຈົ້າຂອງເຮືອນຫຼັງນີ້ແມ່ນນາງຈັນ ນັ້ນແມ່ນທີ່ມາຂອງຊື່ເຮືອນຫຼັງນີ້. ເພື່ອເປັນກຽດໃຫ້ແກ່ເຈົ້າຂອງເຮືອນເດີມ, ພວກເຮົາຍັງຮັກສາຊື່ເດີມຄືດັ່ງທຸກວັນນີ້.
ເຮືອນຈັນຕັ້ງຢູ່ໃຈກາງເມືອງຫຼວງພະບາງ ແລະ ເປັນເຮືອນຕົວຢ່າງແບບຂຸນນາງລາວໃນສະໄໝກ່ອນເປັນຫົວເມືອງຂຶ້ນທີ່ຍັງຫຼົງເຫຼືອຢູ່ຮອດທຸກມື້ນີ້ເຊິ່ງມັນຄຸ້ມຄ່າເໝາະແກ່ການທ່ຽວຊົມ. ເຮືອນດັ່ງກ່າວປະກອບດ້ວຍສີຂາວ ແລະ ສີຟ້າ ແລະ ມີ “ດວງຕາຂອງພະເຈົ້າ” ຢຸ່ທາງເທິງ.
ເຮືອນຫຼັງນີ້ເຄີຍເປັນຂອງຄອບຄົວທ່ານ ທອງ ໄຊຍະສິດ, ເຊິ່ງເປັນຄອບຄົວທີ່ໄດ້ຮັບກຽດຈາກເຈົ້າຊີວິດຈົນເຖິງຊຸມປີ 90.
ໃນລະຫວ່າງປີ 1987 ຫາ 1995, ເຮືອນຈັນ ໄດ້ຢູ່ໃນຂະບວນການລົງທະບຽນເປັນມໍລະດົກໂລກພາຍໃຕ້ UNESCO ແລະ ໄດ້ຈົດທະບຽນໄວ້ໃນເລກທີ 119.
ຫລັງຈາກນັ້ນໃນປີ 1996, ລັດຖະບານໄດ້ເຊົ່າເຮືອນ ແລະ ເລີ່ມລົງມືສ້ອມແປງຄືນໃໝ່. ເຊິ່ງເປັນອາຄານທີ່ໄດ້ຮັບການສ້ອມແປງໃໝ່ແຫ່ງທຳອິດມນເມືອງ. ດັ່ງນັ້ນ, ເຮືອນຈັນຈຶ່ງໄດ້ຖືກນຳມາໃຊ້ເປັນກໍລະນີສຶກສາເພື່ອເຮັດໃຫ້ໂຄງການປັບປຸງຂອງເມືອງເປັນລະບຽບຂຶ້ນ.
ການສ້ອມແປງໃໝ່ຄັ້ງທີ່ສອງໄດ້ເລີ່ມຂຶ້ນໃນປີ 2006, ເຊິ່ງໄດ້ເພີ່ມເຕີມໂຄງສ້າງບາງຢ່າງເພື່ອເປີດເປັນສູນຂໍ້ມູນຂ່າວສານ ແລະ ວາງສະແດງສິນຄ້າ.
ແລະ ໃນປີ 2017, ເມື່ອຄອບຄົວທັນສະໄໝໄດ້ສຳປະທານ ແລະ ສ້ອມແປງອາຄານອີກເປັນເທື່ອທີ່ສາມ ແລະ ໄດ້ຟື້ນຟູສະຖານທີ່ນີ້ໃຫ້ກັບເມືອງຫຼວງພະບາງ ແລະ ຜູ້ຄົນທີ່ມາທ່ຽວຊົມ.
ເຮືອນຈັນເປີດທຸກມື້: ຕັ້ງແຕ່ເວລາ 08:00 ເຖິງ 17:00 ໂມງ
ທ່ຽວຊົມເຮືອນຈັນເພີ່ມຕື່ມໄດ້ທີ່: HEUAN CHAN HERITAGE!
ໄປເປັນຄວານຊ້າງໜຶ່ງມື້, ອາບນ້ຳກັບຊ້າງ ຫຼື ຂີ່ສັດທີ່ສວຍງາມເຫຼົ່ານີ້ຜ່ານປ່າ. ມີແຄ້ມຊ້າງຫຼາຍແຫ່ງທີ່ມີຈາລິຍະທຳທີ່ແຕກຕ່າງກັນໄປໃຫ້ທ່ຽວຊົມໃນຫຼວງພະບາງ. ແຕ່ປະເທດນີ້ເປັນບ້ານຂອງຊ້າງເອເຊຍຫຼາຍກວ່າ 1000 ເຊືອກ ແລະ ຄອບຄົວຄວານຊ້າງແບບດັ່ງເດີມຫຼາຍຄົນ, ເຊິ່ງຄັ້ງໜຶ່ງເຄິຍພຶ່ງພາອຸດສາຫະກຳໄມ້ແຕ່ກໍ່ບໍ່ສາມາດຮັກສາ ແລະດູແລສັດໄດ້.
ສູນອະນຸຮັກຊ້າງ ແລະ ແຄ້ມຊ້າງໄດ້ໃຫ້ການເບິ່ງແຍງຊ້າງ ແລະ ຊ່ວຍເຫຼືອຄວານຊ້າງໃນການຫາລາຍໄດ້ເພີ່ມໃຫ້ກັບຄອບຄົວຂອງເຂົາໂດຍທີ່ໃຫ້ຊ້າງໄດ້ມີຊີວິດການເປັນຢູ່ທີ່ດີ, ມີສຸຂະພາບທີດີ. ສູນອະນຸຮັກຊ້າງຫຼາຍແຫ່ງເປີດໂອກາດໃຫ້ທ່ານໄດ້ອາບນ້ຳ, ເບິ່ງແຍງ, ໃຫ້ອາຫານ ຫຼື ຂີ່ສັດຄູ່ບາລະມີເຫຼົ່ານີ້, ລະຫວ່າງທາງທ່ານຈະໄດ້ເຫັນສາຍສຳພັນທີ່ແໜ້ນແຟ້ນລະຫວ່າງຊ້າງກັບຄວນຊ້າງ. ມີຫຼາຍໆໂອກາດທີ່ຈະໄດ້ສຳຜັດກັບຊ້າງເອເຊຍໃນລະຫວ່າງທີ່ທ່ານມາທ່ຽວຫຼວງພະບາງ.
ສວນໝາກກ້ຽງປອດສານພິດ ທີ່ຖືກຂະໜານນາມໃຫ້ເປັນ ສະວິດເຊີແລນແດນລາວ
ນອກຈາກສວນໝາກກ້ຽງແລ້ວ ຍັງມີຮ້ານກາເຟຫນ້າຮັກໆແຄມນ້ຳບັນຍາກາດດີ ເຊິ້ງເປັນສາຂາທີ່ 3 ຂອງ ຮ້ານກາເຟມິນີໂຣ ນັ້ນເອງ. ມາຈິບກາເຟຊິວໆ ຊົມວິວງາມໆ ແລະ ຍັງເຫມາະກັບໜຸ່ມໆສາວໆທີ່ມັກເຊັກອິນເກັບພາບນຳຮ້ານກາເຟທີ່ມີວິວທຳມະຊາດອ້ອມຮອບ.
ເຂົ້າຟຣີ
ເປີດສະເພາະເສົາ-ທິດ, 8:00-17:00
ສວນໝາກກ້ຽງ ເຟຣດຊີ່, ນະຄອນຫຼວງພະບາງ, ທີ່ຫລັກ10 ທາງໄປຕາດແສ້ ຫລື ທາງເລກ13 ເຫນືອ 10 ກມ
ນອນເຮືອນແພແບບໃຫມ່ ແບບລາວລາວ ບັນຍາກາດດີ ມີຄວາມເປັນສ່ວນຕົວ ລ້ອມລອບໄປດ້ວຍແມ່ນ້ຳອູ ແລະ ທຳມະຊາດຂຽວງາມ. ເຮືອນແພມີ 7 ຫລັງ ສ້າງຈາກໄມ້ໄຜ່ທັງຫມົດ, ທຸກຫ້ອງບັງກາໂລເຮືອນແພມີ ລະບຽງສ່ວນຕົວໃຫ້ທ່ານໄດ້ຊົມວີວ
ເຮືອນແພໄບໂອແບມບູ ລາຄາ 250.000 ກີບຕໍ່ຄືນ ຟຮີອາຫານເຊົ້າ ສຳລັບ2ຄົນ,ຫ້ອງພັກງາມ,ສະອາດ ບໍລິການດີ ສາມາດ ຕຶກເບັດ ຫາປາໄດ້ ນອກນັ້ນຍັງມີບໍລິການຮ້ານອາຫານ ພື້ນບ້ານຫຼວງງພະບາງແຊບໆ ສາມາດໄປຫລີ້ນກິນເຂົ້າໄດ້ ແຕ່ແນະນຳໃຫ້ນອນຈະໄດ້ບັນຍາກາດດີສຸດໆ
ທີ່ຕັ້ງຢູ່ບ້ານປາກແຈກເມືອງປາກອູແຂວງຫຼວງພະບາງເສັ້ນທາງເລກທີ່13ເໜືອເສັ້ນທາງສະດວກສະບາຍຫ່າງຈາກຫຼວງພະບາງບໍ່ໃກ້ແລະບໍ່ໄກປະມານ45ກິໂລແມັດໃຊ້ເວລາຂັບລົດ50ນາທີເທົ່ານັ້ນ.
ສອບຖາມລາຍລະອຽດແລະຂໍ້ມູນເພີ້ມເຕີມໄດ້ທີ່ເບີແລະວອດສແອັບ 020 23879655 ຫຼື 020 23866866.
ຫ້ອງພັກລາຄາ 300,000 ກີບຕໍ່ຄຶນ
ສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່ : 020 54 992 828
ສວນພູນສຸກ ແມ່ນແລນມາກແຫ່ງໃໝ່ສຳລັບສາຍທ່ຽວແບບທຳມະຊາດ ຖ້າໄດ້ໄປຕາດກວາງຊີຢ່າລືມແວ່ມາບ່ອນນີ້ເພາະທີ່ຕັ້ງຢູ່ໃກ້ກັນ. ທ່ານຈະໄດ້ສຳຜັດທຳມະຊາດທີ່ຂຽວງາມສຸດສາຍຕາ ເປັນຮ້ານອາຫານກາງທົ່ງນາທີ່ອ້ອມຮອບດ້ວຍວິວພຸເຂົາງາມໆ ເໝາະຢ່າງຍິ່ງສຳລັບການຜັກຜ່ອນໃນຂະນະທີ່ລໍຖ້າອາຫານມາເສີບ
ນອກຈາກຮ້ານອາຫານ ແລະ ສວນສຸດຊິວພ້ອມອາກາດບໍລິສຸດ ເຮັດໃຫ້ເຮົາໄດ້ພັກຜ່ອນ ຫຼື ເພີ່ມພະລັງໃນການເຮັດວຽກ ພາຍໃນຮ້ານຍັງມີ ມິນິຄາເຟ ໃຫ້ດື່ມເພື່ອຄວາມສົດຊື່ນລະຫວ່າງວັນອີກດ້ວຍ
ມີທັງລານປິກນິກສັງສັນ ມີເຕັ້ນງາມໆໃຫ້ນອນຂ້າມຄືນ ລາຄາເລີ່ມຕົ້ນທີ່ 350,000 ກີບ/ຄືນ
ສວນພູນສຸກຕັ້ງຢູ່ບ້ານລອງ ກ່ອນຈະໄປຮອດຕາດກວາງຊີ ປະມານ 10 ນາທີ
ວິທີດີທີ່ສຸດໃນການທ່ຽວເມືອງຫລວງພະບາງ ເມືອງມໍລະດົກໂລກ ຄືການເດີນທາງທ່ຽວຊົມຮອບໆດ້ວຍລົດໄຟຟ້າ ແບບປາສະຈາກມົນລະພິດ ທີ່ທຳຮ້າຍສິ່ງແວດລ້ອມສີຂຽວຂອງເຮົາ.
ມີລົດໄຟຟ້າ ຫລາກຫລາຍປະເພດໃຫ້ເລືອກຕາມສະຖານທີ່ ແລະ ໄລຍະທາງເຊັ່ນ:
ລົດ scooter, ລົດ e-bike, ລົດ e-buggy, ລົດ e-vintage car ແລະ ລົດ Mini Wuling ທີ່ສາມາດຂັບໄປຮອດຕາດກວາງຊີດ້ວຍການສາກພຽງຄັ້ງດຽວ.
ກ້າວໄປໜ້າສູ່ອຸດສາຫະກຳລົດໄຟຟ້າ ເພື່ອຮັກສາສິ່ງແວດລ້ອມຮ່ວມກັບພວກເຮົາ
ເລີ່ມຕົ້ນການເດີນທາງຂອງທ່ານດ້ວຍການເຊົ່າລົດໄຟຟ້າທີ່ນີ້: https://discoverlaos.today/tour?location%5B%5D=1&activity%5B%5D=38