ພາບລວມ
ປີ້ຍົນໄປກັບ ນະຄອນຫຼວງວຽງຈັນ - ຫຼວງພະບາງ, ລວມຄ່າທີ່ພັກ 2 ຄືນຢູ່ຫ້ອງພລູວິລລ່າຂອງໂຮງແຮມທີ່ທ່ານເລືອກ
ສິ່ງທີ່ລວມຢູ່ໃນທົວ
- ປີ້ຍົນໄປກັບ ນະຄອນຫຼວງວຽງຈັນ - ຫຼວງພະບາງ ກັບສາຍການບິນລາວ
 - ທີ່ພັກ 2 ຄືນຢູ່ຫ້ອງພລູວິລລ່າຂອງໂຮງແຮມທີ່ທ່ານເລືອກ
 - ບໍລິການຮັບ - ສົ່ງ ຈາກສະໜາມບິນຫຼວງພະບາງ - ໂຮງແຮມ
 - ລ່ອງເຮືອເບິ່ງຕາເວັນຕົກດິນ (ວັນເສົາ - ວັນອາທິດ)
 - ໃຊ້ສະກຸດເຕີ້ຟຮີ 1 ຊົ່ວໂມງ
 - ຄູປ໋ອງຊື້ 1 ແຖມ 1 ທີ່ຮ້ານກາເຟ ແຊຟຣອນ
 - ຄູປ໋ອງຊື້ 1 ແຖມ 1 ທີ່ຮ້ານ The Spirit House Luang Prabang
 
ການແນະນຳໃນການນຸ່ງຖື
- ເສື້ອຜ້າສະບາຍໆ
 
ສິ່ງທີ່ຄວນເອົາມາ
- ຄີມກັນແດດ
 - ແວ່ນຕາກັນແດດ
 - ເຈວລ້າງມື
 - ໜ້າກາກອະນາໄມ
 
ສິ່ງທີ່ຄວນຮູ້
ສຳລັບລາຄາຜູ້ໃຫຍ່ແມ່ນຂຶ້ນກັບຫ້ອງຕຽງຄູ່ ແລະ ຕຽງດຽວ.
ຖ້າຫາກທ່ານມາກັນເປັນຈຳນວນຄີກ (3,5,7,...) ແລະ ຕ້ອງການນອນຫ້ອງຄົນດຽວກະລຸນາເລືອກຕົວເລືອກສຳລັບຫ້ອງເສີມ.
ຂໍ້ ກຳ ນົດແລະເງື່ອນໄຂ
1. ກະລຸນາຈອງກ່ອນລ່ວງໜ້າຢ່າງໜ້ອຍ 7 ວັນ ກ່ອນເດີນທາງ, ໂດຍສະເພາະວັນສຸກ ແລະ ວັນອາທິດ, ສຳລັບວັນອື່ນໆໃນອາທິດທ່ານສາມາດຈອງກ່ອນລ່ວງໜ້າໄດ້ 3 ວັນ.
2. ພວກເຮົາມີບ່ອນນັ່ງສຳລັບລາຄາໂປຮໂມຊັ່ນສູງສຸດແມ່ນ 15 ບ່ອນນັ່ງຕໍ່ຖ້ຽວບິນ/ວັນ ກັບສາຍການບິນລາວ. ຫາກບ່ອນນັ່ງເຕັມລູກຄ້າຈະຕ້ອງໄດ້ຈ່າຍເງິນເພີ່ມປະມານ 200.000 - 670.000 ກີບ ຂຶ້ນກັບຄວາມສະດວກຂອງສາຍການບິນ.